วันพุธที่ 16 กรกฎาคม พ.ศ. 2551

ບົດທີ ໒ ຄວາມສຳຄັນຂອງການທ່ອງທ່ຽວ

ບົດທີ ໒
ຄວາມສຳຄັນຂອງການທ່ອງທ່ຽວ
໑. ຄວາມສຳຄັນຂອງການທ່ອງທ່ຽວຕໍ່ບຸກຄົນ(Importance of travelling to Person)
໑. ການທ່ອງທ່ຽວເປັນການເປີດໂລກະທັດ ຊ່ວຍໃຫ້ມະນຸດມີທັດສະນະຄະຕິກວ້າງໄກ ສາມາດຮັບຮູ້ ແລະເຂົ້າ ໃຈສະພາບຄວາມເປັນຈິງຂອງໂລກ. ຂອງວັດທະນະທຳໜຶ່ງ, ຊຸມຊົນໜຶ່ງ, ສງຄົມໜຶ່ງ, ປະເທດໜຶ່ງ, ສາມາດສຶກສາ ແລະສ້າງຄວາມເຂົາໃຈກັບສັງຄົມທຸກລະດັບ ແລະປັບປຸງທັດສະສະນະຄະຕິໃຫ້ເປັນໂລກະທັດທີ່ກວ້າງໄກ, ໂດຍເອົາປະ ສົບການສ້າງສັນຄວາມເຂົ້າອົກເຂົ້າໃຈກັນໄດ້.
໒. ການທ່ອງທ່ຽວ ເປັນກາງສ້າງຄວາມເຂົ້າໃຈກັນລະຫວ່າງມະນຸດຊະຍະຊາດ ເຊິ່ງກໍ່ໃຫ້ເກີດມີການແລກ ປ່ຽນ ວັດທະນະທຳທັງລະຫວ່ສງຊົນຊາດ ແລະນານາໆຊາດ ສົ່ງຜົນໃຫ້ມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ໂດຍເອົາ.
໒. ຄວາມສຳຄັນຂອງການທ່ອງທ່ຽວຕໍ່ບຸກຄົນ(Importance of travelling to person)
(໑).ການທ່ອງທ່ຽວພາໃຫ້ສືບທອດວັດທະນະທຳ ເຮັດໃຫ້ເຈົ້າຂອງຖິ່ນຄຳນຶງເຖິງຄຸນຄ່າວັດທະນະທັມ ທີ່ມີເອກະລັກປະຈຳທ້ອງຖິ່ນ ເກີດຄວາມພາກພູມໃຈຮັກ ແລະຫວງແຫນວັດທະນະທັມ ປະຈຳຖິ່ນຂອງຕົນ ພ້ອມ ໃຈກັນເຊີດຊູຊັບພະຍາກອນແຫຼ່ງທ່ອງທ່ຽວທ້ອງຖີ່ນ ໃຫ້ເປັນທີ່ຮູ້ຈັກແກ້ຜູ້ມາຢຽມຢາມທ່ຽວຊົມ ນອກຈາກນັ້ນ ຍັງເປັນສິ່ງກໍ່ໃຫ້ເກີດນຳ້ໃຈພັດທະນາການການຄົ້ນຄວ້າງສຶກປະຫວັດຄວາມເປັນມາ ສ້າງຈິດສຳນຶກຕໍ່ສິ່ງທີ່ຢູ່ ກັບທ້ອງຖິ່ນຕົນບໍ່ວ່າແຫຼ່ງທ່ອງທຽວທຳມະຊາດ ກໍຄືວັດຖຸບູຮານປະຈຳຖິ່ນນັ້ນໆ.
(໒) ການທ່ອງທ່ຽວທ່ຽວພາໃຫ້ເກີດການຟື້ນຟູ ແລະອະນຸລັກວັດທະນະທັມ ເຊັ່ນ ວັດທະນະນະທຳທາງ ດ້ານວັດຖຸ ແລະວັດທະນະທັມທາງດ້ານຈິດໃຈ ເຊັ່ນ: ການສະແດງອອກທາງການກະທຳ, ສາສນາ, ວິທີຄິດ, ວີຖີຊິວິດ, ສີລະລະປະທ້ອງຖີ່ນປະຈຳໝູບ້ານ, ປະຈຳເຜົ່າ, ປະຈຳຂົງເຂດ ຕະຫຼອດຮອດປະເພນີອື່ນໆ ທີ່ມີເອກະ ລັກ.
(໓) ການທ່ອງທ່ຽວພາໃຫ້ເກີດພັດທະນາການດ້ານສາທາລະນູປະໂກຂັ້ນພື້ນຖານຂອງຄົນ, ຊຸມຊົນ ແລະ ມີການພັດທານດ້ານການຄົມມະນາຄົາມ, ການບໍລິໂພກ, ລາຍໄດ້ຕໍ່ຄົວເຮືອນ, ແລະມັດຕາຖານການ ການຄອງຊີບ ໂດຍແຫຼ່ງທ່ອງທ່ຽວໄດ້ສ້າງລາຍຮັບແກ່ບຸກຄົນ ຈົນຮອດສັງຄົມໃນທ້ອງຖິ່ນ.
(໔) ການທ່ອງທ່ຽວ ໄດ້ມີພັດທະນາການດຳລົງຊີວິດທີ່ປ່ຽນແປງ ທັງເຈົ້າຖິ່ນເອງ ແລະນັກທ່ອງ ທ່ຽວ.
(໕) ການທ່ອງທ່ຽວ ໄດ້ກໍ່ໃຫ້ເກີດການກະຈາຍ ແລະການຖ່າຍທອດວັດທະນະທັມໃໝ່ທັງສອງດ້ານ ຄື ວັດທະນະທັມໃໝ່ເຂົ້າມາພັດທະໃນການທ່ອງທ່ຽວ ແລະວັດທະນະທຳທ້ອງຖິ່ນໄດ້ຖືກຖ່າຍທອດໄປສູ່ສັງຄົມຂອງ ນັດທ່ອງທ່ຽວເອງ.
໓. ຄວາມສຳຄັນຂອງນັກທ່ອງທ່ຽງຕໍ່ເສດຖະກິດ: (Importance of travelling to Economics).
(໑) ການທ່ອງທ່ຽວ ເປັນແຫ່ງລາຍໄດ້ໃນຮູບແບບຂອງຕົວເງິນ ເປັນການກະຈ່າຍເງິນ ຫຼືການກະ ຈ່າຍລາຍໄດ້ສູ່ທ້ອງຖິນ.(ເປັນການຈໍລະຈອນເງິນຕຣາ) ທັງເງິນທ້ອງຖິ່ນແລະເງິນຕາຕ່າງປະເທດ.
(໒) ການທ່ອງທ່ຽວ ເປັນການນຳເງິນຕາງຕ່າງປະເທດເຂົ້າມາ ເຮັດໃຫ້ທ້ອງຖີ່ນ ກໍຄືປະເທດໄດ້ຮັບ ເງິນຕ່າງຕ່າງປະເທດ ເພີ່ມເຂົ້າໃສ່ງົບປະມານ ເພື່ອພັດນາປະເທດໃນຮູບແບບຕ່າງໆ.
ຕົວຢ່າງ: ລາຍໄດ້ຈາກການທ່ອງທ່ຽວ ຂອງ ສປປ.ລາວ ມີຮອດຮັບດັ່ງນີ້ :
(໑) ປີ ໑໙໙໒ ມີນັກທ່ອງທ່ຽວ ໘໗.໕໗໐ ຄົນ, ມີລາຍຮັບ ໔.໕໑.໐໐໐ $
(໒) ປີ ໑໙໙໗ ມີນັກທ່ອງທ່ຽວ ໔໖໓.໒໐໐ ຄົນ, ມີລາຍຮັບ ໗໓.໒໗໖.໙໐໐ $
(໓) ການທ່ອງທ່ຽວພາໃຫ້ເກີດການພັດທນາໃນຫຼາຍຮູບແບບ ບໍ່ວ່າຈະເປັນສາມລະນຸປະໂພກຂັ້ນ ພຶ້ນ ຖານ, ລະບົບເສດຖະກິດ ແລະການຜະລິດ ແລະບໍຣິການອື່ນ.
(໔) ການທ່ອງທ່ຽວກໍ່ໃຫ້ເກີດມີການລົງທຶນທັງພາກລັດ ແລະເອກະຊົນໃນຮູບບແລບ ສິນຄ້າ ແລະບໍຣິ ການໃນພາກສ່ວນທີ່່ກຽວພັນກັບການທ່ອງທ່ຽວ ແລະເຄືອຄ່າຍ.
(໕) ການທ່ອງທ່ຽວ ພາໃຫ້ເກີດການລົງທຶນທຸລະກິດ ທີ່ກ່ຽວຂ້ອງທັງທາງ ແລະທາງອ້ອມ ເຊັ່ນທຸລະ ກິດຂົນສົ່ງ, ທຸລະກິດນຳທ່ຽວ, ທຸລະກິດອາຫານ, ທຸລະກິດທີ່ພັກແຮມ, ທີ່ລະກິດການຄ້າສິ່ງທີ່ລະນຶກ.
(໖) ທຸລະກິດການທ່ອງທ່ຽວ ໄດ້ເປັນແຮງຜັກດັນໃຫ້ກໍ່ກຳເນີດການຜະລິດສິນຄ້າ ແລະບໍຣິການ, ສ້າງງານ, ສ້າງງິນ, ທັງທາງກົງ ແລະທາງອ້ອມ ເຮັດໃຫ້ເກີດການໝູນວຽນ ແລະຈໍລະຈອນເງິນຕາ ແລະ ການກະຈ່າຍໄດ້ສູ່ຄົວເຮືອນ.




ອ່ານປະກອບ:
http://www.lnmc.gov.la/mekong/search.php?query=&mid=7&action=showallbyuser&andor=AND&uid=2&start=60
ຫລວງພຣະບາງ ປັບແຜນການ ທ່ອງທ່ຽວ...
... ຫລວງພຣະບາງ ປັບແຜນການ ທ່ອງທ່ຽວ ເພື່ອນັກທ່ອງທ່ຽວ ສາມາດ ທ່ຽວໄດ້ຕລອດປີ ...

ການທ່ອງທ່ຽວ ຫລວງພຣະບາງ ປັບແຜນການ ທ່ອງທ່ຽວ ເພື່ອນັກທ່ອງທ່ຽວ ສາມາດ
ທ່ຽວໄດ້ຕລອດປີ ໂດຍໄດ້ຮ່ວມມື ກັບບໍຣິສັດ ທ່ອງທ່ຽວ, ຮ້ານຄ້າ, ໂຮງແຮມ, ຮ້ານອາຫານ
ໃນການຫລຸດຣາຄາ ເພື່ອເປັນການດຶງດູດ

ທ່ານ ຄໍາຕັນ ສົມພັນວິໄລ, ຮອງຜູ້ອໍານວຍການ ການທ່ອງທ່ຽວ ຫລວງພຣະບາງ ໄດ້ເປີດເຜີຍວ່າ
ໃນລະຍະ ເຄີ່ງປີຫລັງ ໄປຈົນຮອດ ປີ ໒໐໐໗, ການທ່ອງທ່ຽວ ຫລວງພຣະບາງ ຈະເຣັ່ງເພີ້ມ
ການໂຄສນາ ດ້ານການທ່ອງທ່ຽວ ຂຶ້ນເລື້ອຍໆ ເພື່ອເປັນການປັບແຜນ ໃຫ້ເໝະກັບ ເມືອງມໍຣະດົກໂລກ
ທ່ານກາ່ວວ່າ:

“ພວກເຮົາ ຈະນໍາໃຊ້ ໂຄສນາ ແລະ ຟື້ນຟູ ບັນດາບຸນຮີດຄອງ ປະເພນີ ຕ່າງໆ ຢູ່ໃນແຕ່ລະເດືອນ
ສະເພາະ ໃນຊ່ວງໂລ, ພວກເຮົາ ໄດ້ອອກແຮງ ການໂຄສນາ ເຂົ້າໄປຕື່ມ ເພື່ອໃຫ້ນັກທ່ອງທ່ຽວ
ໄດເຂົ້າໄປທ່ຽວ ຊ່ວງໂລ ໃນຫລວງພຣະບາງ ຫລາຍຂຶ້ນ.”

ທ່ານ ກ່າວຕື່ມວ່າ ເພື່ອເປັນການຫລຸດ ຊ່ອງຫວ່າງ ໃນລະຍະ ບໍ່ມີນັກທ່ອງທ່ຽວຫລາຍ ຫລື ເອີ້ນວ່າ
ໂລຊີເຊິນ ທີ່ມີນັກທ່ອງທ່ຽວ ເຂົ້າມາ ບໍ່ເທົ່າກັນ ໃຫ້ມີນັກທ່ອງທ່ຽວ ເຂົ້າມາຢ້ຽມຢາມ ໃນແຕ່ລະເດືອນ
ສະເລັ່ຍກັນ. ເຖິງຢ່າງໃດ ກໍຕາມ, ຫາກແຜນການນີ້ ປະສົບຄວາມສໍາເຣັດ, ຣາຍໄດ້ ຈາກການທ່ອງທ່ຽວ
ກໍຈະບໍ່ໄປ ແຕ່ໃນລະຍະ ຮາຍ ຊີເຊິນ ຫລື ທີມີນັກທ່ອງທ່ຽວ ມາຫລາຍ ເທົ່ານັ້ນ.

ທ່ານ ຄໍາຕັນ ກ່າວຕໍ່ໄປວ່າ:

“ພວກເຮົາ ໄດ້ປຶກສາ ກັບສະມາຄົມ ໂຮງແຮມ, ຮ້ານອາຫານ ແລະບໍຣິສັດທ່ອງທ່ຽວ ຢູ່ຫລວງພຣະບາງນີ້
ໃນລະຍະທີ່ ພວກເຮົາ ໂຄສນາ ຕ້ອງມີການຮ່ວມກັນ ໃນການຫລຸດຣາຄາ ບໍຣິການ, ແຕ່ວ່າຈະໄດ້ຫລາຍ
ເທົ່າໃດນັ້ນ, ກໍບໍ່ສາມາດ ຈະຕອບໄດ້. ໃນປີທີ່ຜ່ານມາ ເຫັນໄດ້ວ່າ ໄດ້ຕົວເລກ ຕາມຄາດໝາຍ ພໍສົມຄວນ
ໂດຍສະເພາະ ແມ່ນນັກທ່ອງທ່ຽວ ຈາກໄທນີ້ ແຫລະ ເຂົ້າມາຫລາຍ.”

ສໍາລັບ ກິຈກັມ ຕ່າງໆ ຕາມແຜນການ ປີ ໒໐໐໖ ຂອງແຂວງຫລວງພຣະບາງນັ້ນ, ທ່ານ ຄໍາຕັນ
ໄດ້ກ່າວວ່າ ປະສົບຜົນສໍາເລັດ ເປັນຢ່າງດີ, ນັກທ່ອງທ່ຽວ ກໍຕົງຕາມເປົ້າໝາຍ ທີ່ໄດ້ວາງແຜນ ເອົາໄວ້
ແລະ ໃນແຜນການປີ ໒໐໐໗ ກໍຕັ້ງເປົ້າໝາຍ ເອົາໄວ້ ດ້ວຍວ່າ ຈະໃຫ້ເພີ້ມຂຶ້ນ ໄປອີກແລ້ວ ໓໐ ສ່ວນຮ້ອຍ.

ບົດທີ ໑ ນິຍາມ-ຄວາມໝາຍຂອງວິຊາມັຄຄຸເທດ

ບົດທີ ໑
ນິຍາມ-ຄວາມໝາຍຂອງວິຊາມັຄຄຸເທດ

໑. ນິຍາມ
ຄຳວ່າ “ວິຊາມັກຄຸເທດ” ເປັນຊື່ລາຍວິຊາຂອງການສຶກສາໃນວິທະຍາໄລສົງ ແລະເປັນພາສາລາວ ທີ່ກຳນົດກັນໃຊ້ທົ່ວໄປນັ້ນມີຄຳວ່າ ວິຊາການທ່ອງທ່ຽວ ແລະຈັກຕ້ອງໄດ້ອະທິບາຍເນື້ອໃນຕາມພາສາທີ່ໃຊ້ກັນ ໂດຍທົ່ວໄປ.
ຄຳວ່າ “ມັກຄຸເທດ” ເປັນເປັນພາສາທີ່ປະຍຸກມາຈາກພາສາປາລີ ເຊິ່ງເປັນເຄົ້າຂອງພາສາລາວ ເພື່ອໃຫ້ສອດຄ່ອງໃຊ້ແທນຄຳໃນພາສາອັງກິດວ່າ GUIDE ເຊິ່ງມີທີ່ມາຈາກສອງຄຳ “ມັຄຄະ” ກັບ “ເທສກ” ຜະສົມກັນໄດ້ແລ້ວທຳຕາມລະບຽບອັກສອນວິທີລາວ “ມັຄຄຸເທສກ໌” ເຊິ່ງແປຕາມຄວາມໝາຍແຫ່ງພາສາວ່າ “ການນຳທາງ, ຜູ້ນຳທາງ, ຜູ້ບອກທາງ” ເມື່ອແປຕາມສຳນວນໄດ້ຄຳວ່າ “ຜູ້ນຳທ່ຽວ”.
ຫາກເປັນພາສາລາວແທ້ ອາດກົງກັບຄຳວ່າ “ຜູ້ນຳທ່ຽວ” ເຊິ່ງເຮົາຂະຫຍາຍຄວາມ ຫຼືຕີຄວາມ ໝາຍຈາກຄຳວ່າ “ມັຄຄຸເທສກ໌” ໄດ້ຄວາມໝາຍກົງຕາມກັບຄວາມເຂົ້າໃຈຂອງຄົນທົ່ວໄປຄື “ການທ່ອງທ່ຽວ” ແຕ່ໄປກົງກັບຄຳໃນພາສາອັງກິດອີກຄຳໜຶ່ງ ຄື “TRAVELLING”.
ເຊິ່ງພາສາອັງກິດກຳນົດໃຊ້ໃນວິຊານີ້ວ່າ “GUIDE” ເຊັ່ນ One who serves as a guide, One who acts as a guide to somebody. ແປເປັນສຳນວນໄດ້ຄວາມວ່າ "ຜູ້ນຳທາງຄືຜູ້ນຳທ່ຽວ".
ຢ່າງໃດກໍຕາມ ໃນການກຳນົດໃຊ້ໃນຄວາມໝາຍຂອງຄຳວ່າການທ່ອງທ່ຽວນັ້ນ ມັກຈະປາກົດຄຳວ່າ ໄກດ໌(Guide ບໍ່ຄວນອອກສຽງ “ໄກ້”) ກັບ “Travell” ສອງຄຳນີ້ສະເໝີ, ແຕ່ເມື່ອມາພິຈາລະນາຕາມ ການໃຊ້ແລ້ວຈະພົບວ່າ “Guide” ມັກຈະໃຊ້ກັບພະນັກງານນຳທ່ຽວ ຫຼືຄົນພາທ່ຽວ, ສ່ວນຄຳວ່າ “Travell” ນັ້ນມັກຈະພົບວ່າໃຊ້ກັບອົງກອນການທ່ອງທ່ຽວ ຫຼືໜ່ວຍງານການທ່ອງທ່ຽວ ຢ່າງໃດກໍຕາມໃນ ພາສາລາວນັ້ນຄຳວ່າ “ມັຄຄຸເທສກ໌” ມີການໃຊ້ກັນນ້ອຍຫຼາຍ, ແຕ່ຄຳວ່າ “ພະນັກງານນຳທ່ຽວ” ນັ້ນມັກຈະນິຍົມກັນໃຊ້ຢ່າງແຜ່ຫຼາຍ ແຕ່ກໍປາກົດໃຊ້ຄຳທັບຊັບໃນພາສາອັງກິດເລີຍກໍມີວ່າ “Guide” ແຕ່ມັກຈະອອກສຽງວ່າ “ໄກ້” ແທນສຽງ “ໄກດ໌”.

໒. ຄວາມໝາຍຂອງການທ່ອງທ່ຽວ(Meaning of Travelling)
ການທ່ອງທ່ຽວ ແມ່ນການເດີນທາງຈາກທີ່ພຳນັກ(ທີ່ຢູ່ອາໄສ)ເດີມ(ຖາວອນ) ໄປອີກສະຖານທີ່ໜຶ່ງ ດ້ວຍເຫດຜົນຕ່າງໆ ເຊັ່ນ: ເພື່ອການພັກຜ່ອນ, ການທັດສະນະສຶກສາ, ການທຸລະກິດ, ວິງານພິທີກຳທາງສາສະໜາ, ວຽກງານດ້ານວັດທະນະທຳ, ທຳມະຊາດ, ສະຖາປັດຕະຍະກຳ, ຫຼືການສຶກສາຄົ້ນຄວ້າໃນເລື່ອງຕ່າງໆ ລວມທັງການກິລາ ແລະອື່ນໆດ້ວຍ, ໃນຄວາມໝາຍນີ້ແມ່ນລວມກັບອົງກອນ ຫຼືບໍລິສັດນິຕິບຸກຄົນອື່ນໆ ດ້ວຍ.
ຕົວຢ່າງ : ຊາວອິສລາມ ມັກໄປສະແຫວງບຸນ ໃນເດືອນດໍມະດອລ ໃນນະຄນເມກະຂອງຊາອຸອາຣະເບັຍ, ຊາວພຸດທົ່ວໂລກ ມັກໄປນະມັດສະການສັງເວຊະນິຍະສະຖານ ໃນອິນເດັຍ, ຫຼືຊາວລາວ ແລະຕ່າງປະເທດມັກມາທ່ຽວບຸນນະມັດສະການພຣະທາດຫຼວງໃນເດືອນ ໑໒ລາວ ຫຼືຊາວລາວ ແລະຕ່າງປະເທດໄປບຸນວັດພູ ນີ້ແມ່ນການທ່ອງທ່ຽວທາງສາສນາ, ຊາວຕ່າງປະເທດມັກໄປທ່ອງທ່ຽວພັກຜ່ອນທີ່ວັງວຽງ ແມ່ນການທ່ອງທ່ຽວເພື່ອການພັກຜ່ອນ ຕາມທັມມະຊາດ, ຊາວຕ່າງປະເທດມັກທ່ຽວວັດອົງຕື້ມະຫາວິຫານ, ວັດສີສະເກດ, ພຣະແກ້ວ ຫຼືນະຄອນຫຼວງພຣະບາງ ເພື່ອເບິ່ງສະຖາປັດຕະຍະກັມ, ຊາວມັກໄປປະຊຸມ ຫຼືສຳມະນາໃນຕ່າງປະເທດ ແມ່ນເພື່ອການສຶກສາ ຫຼືຊາວໂລກ ໄປປະເທດອັງກິດ ເພື່ອແຂ່ງຂັນ ແລະຊົມກິລາບານຢູ່ໂຣບ, ເຫຼົ່ານີ້ເປັນຕົ້ນ.

໓. ຄວາມໝາຍຂອງນັກທ່ອງທ່ຽວ ((Meaning of Tourist)
ນັກທ່ອງທ່ຽວ ແມ່ນກຳນົດເອົາບຸກຄົນ ທີ່ມີວັດຖຸປະສົງເດີນທາງຈາກທີ່ພຳນັກ(ທີ່ອາໄສ)ເດິມ(ຖາ ວອນ)ຂອງຕົນໄປອີກສະຖານທີ່ໜຶ່ງ ດ້ວຍເຫດວັດຖຸປະສົງ ແລະເຫດຜົນຕ່າງໆ ຕາມທີ່ໄດ້ກຳນົດໄວ້ແລ້ວ ເຊິ່ງການເດີນທາງຂອງບຸກຄົນເຫຼົ່ານີ້ ອາດຈະພັກແຮມຄືນນັບແຕ່ ໑ ຄືນຂຶ້ນໄປ ຫຼືບໍ່ພັກແຮມຄືນກໍໄດ້, ແຕ່ ການເດີນທາງຂອງບຸກຄົນເຫຼົ່ານີ້ບໍ່ມີວັດຖຸປະສົງຈະພຳນັກຖາວອນ ຫຼືປະກອບອາຊີບ ຫຼືຊອກຫາລາຍໄດ້ໃນຮູບ ແບບໃດໆ ໃນສະຖານທີ່ແຫ່ງໃໝ່ທີ່ພວກເຂົາໄປນັ້ນ, ເວັ້ນເສັຍແຕ່ບັນດາບຸກຄົນທີ່ກົດໝາຍຂອງຕ່ລະປະເທດ ຫຼືກົດໝາຍສາກົນກຳນົດໄວ້ ເຊັ່ນ:
ນັກການທູດທີ່ຖືກໃຫ້ໄປປະຈະການຢູ່ປະເທດນັ້ນໆ, ຜູ້ຕ່າງໜ້າສະຖານກົງສູນ, ຊາວຕ່າງດ້າວທີ່ຂໍອະ ນຸຍາດເຂົ້າພຳນັກໃນປະເທດເຈົ້າພາບອາໄສຢູ່ຊົ່ວຄານ, ຊາວອົບພະຍົບ, ຜູ້ລີ້ໄພທາງການເມືອງ, ທະຫານ ກອງປະຈຳການທີ່ມີສັນຍາພົວພັນພິເສດແບບພະກຸພາຄີ ແລະທະວິພາຄີ, ກຳມະກອນ ຫຼືແຮງງານຕ່າງດ້າວ ທີ່ ລັດຖະບານຂອງແຕ່ລະປະ ເທດມີການພົວພັນກັນ, ຜູ້ໂດຍສານຜ່ານ ແລະພໍ່ຄ້າຊາວຂາຍ ດັ່ງນີ້ເປັນຕົ້ນ.

໔. ຄວາມໝາຍຂອງການທ່ອງທ່ຽວທາງດ້ານທຸລະກິດ(Meaning of Travelling in Economics).
ຄຳວ່າ “ທຸລະກິດ” ແມ່ນໝາຍເຖິງ ແມ່ນການດຳເນີນກິດຈະກຳດ້ານການຜະລິດ, ການຈຳໜ່າຍ ແລະການບໍລິ ການທົ່ວໄປ ແລະຫວັງຜົນກຳໄລບໍ່ທາງກົງກໍຄືທາງອ້ອມ.
ຄຳວ່າ “ທຸລະກິດການທ່ອງທ່ຽວ” ແມ່ນໝາຍເຖິງການດຳເນີນກິດຈະກຳການທ່ອງທ່ຽວໃນລັກຊະນະ ທຸລະກິດລັກລັກສະນະຫຼາຍຮູບແບບ ໄດ້ແກ່ການບໍ່ລິການດ້ານການເດີນທາງ, ດ້ານການອາຫານ, ດ້ານທີ່ພັກ ແຮມຄືນ, ການບໍລິການດ້ານຂໍມູນຂ່າວສານດ້ານສະຖານທີ່ ທີີພົວກັບການທ່ອງທ່ຽວທີ່ກຳນົດໄວ້ທັງໝົດເປັນ ການດຳເນີນທຸລະກັມເພື່ອຫວັງຜົນກຳໄລ.