วันจันทร์ที่ 25 สิงหาคม พ.ศ. 2551

ບົດທີ ໓ ຜົນກະທົບຈາກການທ່ອງທ່ຽວ

ບົດທີ ໓
ຜົນກະທົບຈາກການທ່ອງທ່ຽວ
(AFFECT OF TOUR)
ການທ່ອງທ່ຽວກໍ່ໃຫ້ເກີດຜົນທາງດ້ານດີ ແລະດ້ານອ່ອນ ຕໍ່ເສດຖະກິດ, ສັງຄົມ, ວັດທະ ນະທັມ ແລະສິ່ງແວດລ້ອມຂອງປະເທດ, ສ່ວນດ້ານດີ ກໍໄດ້ກ່າວມາແລ້ວນັ້ນ ໃນທີ່ນີ້ຈະກ່າວ ເຖິງດ້ານອ່ອນ ເຊິ່ງພໍສະຫຼຸບໄດ້ດັ່ງຕໍໄປນີ້:
໑. ຜົນກະທົບທາງດ້ານເສດຖະກິດ(Inflauence for Ecomomics)
ອຳນາດການຈັບຈ່າຍໃຊ້ສອຍ ຢ່າງບໍ່ມີຂອງເຂດຈຳກັດຂອງນັກທ່ອງທ່ຽວ ສາມາດນຳ ພາໃຫ້ເກີດພາວະເງິນເຟີ້ ແລະຄ່າຄອງຊີບສູງ, ອາດເກີດຜົນກະທົບຕໍ່ທ້ອງຖິ່ນທີ່ມີແຫຼ່ງທ່ອງ ທ່ຽວກໍໄດ້.
໒. ຜົນກະທົບດ້ານສັງຄົມ (Social Influence)
ການທ່ອງທ່ຽວສະມາດປ່ຽນສະພາບສັງຄົມຢ່າງວ່ອງໄວ ຈາກສັງຄົມຊົນນະບົດໄປສູ່ສັງ ຄົມເມືອງປະຊາຊົນໃນທ້ອງຖິ່ນປະຖິ້ມອາຊີບເກົ່າ ແລະກ້າວສູ້ສັງົມທຸຣະກິດ ປ່ຽນສະພາບ ການດຳຣົງຊີວິດຂອງຕົນ ຄວາມເອື້ອອາຣີ ແລະຄວາມເຄົາຣົບຮີດຄອງປະເພນີອາດລົດນ້ອຍ ຖອຍລົງ ອາດຊະຍາກອນ ແລະອາດຊາຍາກັມ ມີທ່າອ່ຽງຂະຫຽາຍຕົວ ຄ່ານິຍົມ ແລະວິທີຄິດ ບາງປະການຖືກປ່ຽນແປງໄປ ເຊັ່ນ: ຄວາມຊື່ສັດສຸດຈະຣິດ, ການຮັກສາກຽດສັກສີ, ຕະຫຼອດ ການນັບຖືສາສນາ ແລະຮີດຄອງປະເພນີອື່ນໆກໍເປັນໄປໃນລັກສະນະຮູບແບບ ຫຼາຍກວ່າແກ່ນ ແທ້ຂອງສາສນາ ແລະຮີດຄອງທີ່ແທ້, ບາງຄັ້ງອາດມີການສວຍໃຊ້ ສາສນາ ແລະຮິດຄອງປະ ເພນີໄປເພື່ອເອື້ອປະໂຫຍດໃນການທ່ອງທ່ຽວດ້ວຍຊຳ້.
໓. ຜົນກະທົບທາງວັດທະນະທັມ(Cultural Influence).
ການທ່ອງທ່ຽວພາໃຫ້ເກີດການປ່ຽນແປງທາງວັດທະນະທັມ ແລະມີຜົນກະທົບໃສ່ວັດ ທະນະທັມປະຈຳຊາດ ບໍ່ຫຼາຍກໍ່ໜ້ອຍ ໃນການຮັບເອົາວັດທະນະທັມນັ້ນ ໃນບາງຄັ້ງກໍອາດ ປາຖະໜາ ເຊັ່ນ ວັດທະນະທັມການແຕ່ງກາຍ, ການກິນ, ການດຳຣົງຊີວິດ, ນອກຈາກນີ້ວັດ ທະນະທັມປະເພນີບາງຢ່າງທີ່ບໍ່ສາມາດສ້າງລາຍຮັບ ແລະດຶງດູດໃຈນັກທ່ອງທ່ຽວໄດ້ ກໍຈະ ຫາຍສາບສູນ ແລະວັດທະນະທັມບາງວັດທະນະທຳທີ່ສາບສູນໄປກໍຈະກັບຟື້ນຄືນມາອີກ ຫຼື ການພັດທະນາວັດທະນະທັມນັ້ນ ກໍະປ່ຽນຮູບແບບ ແລະວັດຖຸປະສົງເປົ້າໝາຍເດີມ, ເຮັດໃຫ້ ຂາດເອກະລັກ ແລະຄວາມເປັນຈິງ ຍ້ອນການພັດທະນາວັດທະນະທັມນັ້ນ ເປັນພຽງການສະ ແດງ ແລະເປັນການສາທິດເທົ່ານັ້ນ.
໔. ຜົນກະທົບຕໍ່ສິ່ງແວດລ້ອມ (Cultural for Emvironment).
ການທ່ອງທ່ຽວ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມຫຼາຍປະການ ເຊັ່ນ:
(໑) ເພີ່ມມູນລະພດທາງອາກາດ ບັນຫາຂີ້ເຫຍື່ອບໍ່ເປັນລະບຽບ ເກີດນໍ້າເນົ່າ, ນໍ້າເສັຍ, ຕາມຮ່ອງ ຫ້ວຍ ໜອງ ຄອງ ບຶງ ແລະແຫຼ່ງນ້ຳທັມມະຊາດອື່ນໆ.
(໒) ເກີດຄວາມແອອັດຕາມສະຖານທີ່ທ່ອງທ່ຽວ ຍ້ອນນັກທ່ອງທ່ຽວໄປຊົມຫຼາຍ ມີການ ຂະຫຽາຍບໍຣິການ ແລະການປະກອບທຸຣະກິດການທ່ອງທ່ຽວນັ້ນ ເຮັດໃຫ້ການຈັດສັນສະພາບ ແວດລ້ອມນັ້ນບໍ່ຖືກຕ້ອງ ແລະຜູ້ປະກອບການມຸ້ງເນັ້ນຕໍບັນຫາເສດຖະກິດຢ່າງດຽວ.
(໓) ສູນເສັຍສະພາບຊົນນະບົດ ແລະທັມມະຊາດ ເພາະການພັດທະນາຂາດເອກະລັກ ເຊັ່ນ: ການກໍ່ສ້າງອາຄານໂດຍບໍ່ສອດຄ່ອງກັບລັກສະນະທ້ອງຖິ່ນ ການບຸກລຸກທີ່ສາທາລະນະ ທີ່ມີທີວທັດອັນສວນງາມຕາມທັມມະຊາດ ເພື່ອການກໍ່ສ້າງອາຄານສະຖານທີ່ອື່ນໆ.
(໔) ລະບົບນິເວດວິທະຍາມີການປ່ຽນແປງ ເນື່ອງຈາກຈຳນວນນັກທ່ອງທ່ຽວລັ່ງໄຫຼເຂົ້າ ໄປ ໃນສະຖານທີ່ທ່ອງທ່ຽວ ແລະການພັດທະນາແຫຼ່ງທ່ອງທ່ຽວບໍ່ສອດຄ່ອງ ແລະບໍ່ຖືກຕ້ອງ.

ອ່ານເພີ່ມ
ບຸນປີໃໝ່ລາວຫຼວງພະບາງ ຈະຕ້ອນຮັບນັກທ່ອງທ່ຽວປະມານ ໒໒.໐໐໐ ຄົນ
ທ່ານ ຄຳຕັນ ສົມພັນວິໄລ ຮອງຫົວຫນ້າພະແນກທ່ອງທ່ຽວແຂວງຫລວງພະບາງ ໄດ້ເປີດເຜີຍຜ່ານສາຍດ່ວນ
ໃນຕອນເຊົ້າຂອງວັນທີ ໙ ເມສານີ້ວ່າ: ປີໃຫມ່ລາວ ພ.ສ ໒໕໕ ນີ້ ຫລວງພະບາງ ເມືອງມໍລະດົກໂລກ ເມືອງຍອດນິຍົມດ້ານການທ່ອງທ່ຽວທີ່ໄດ້ຮັບລາງວັນຄຳ ໓ ປີຊ້ອນ ຈະໄດ້ຕ້ອນຮັບນັກທ່ອງທ່ຽວທີ່ຈະເຂົ້າມາເມືອງຫລວງພະບາງ ຄາດ ວ່າຈະມີປະມານ ໒໒.໐໐໐ ຄົນ ໃນນີ້ຈະມີນັກທ່ອງທ່ຽວຕ່າງປະ ເທດ ໗໐% ແລະ ຈະມີຍອດເງິນຫມູນປະມານ ໔໐໐ ລ້ານກີບ.
ທ່ານ ຄຳຕັນ ສົມພັນວິໄລ ຍັງແຈ້ງໃຫ້ຮູ້ອີກວ່າ: ງານບຸນປີໃຫມ່ຈະດຳເນີນໄປແຕ່ວັ ທີ ໙ ແລະ ສີ້ນສຸດໃນວັນທີ ໑໙ ເມສາ ຂອງເດືອນດຽວກັນ ເຊິ່ງບຸນປີໃຫມ່ລາວ ຢູ່ຫລວງພະບາງ ມີຫລາຍກິດຈະກຳຄືປີຜ່ານມາ ແຕ່ປີນີ້ເພິ່ນໄດ້ຈັດ ຢ່າງຍິ່ງໃຫຍ່ ແລະ ມີອັນແຕກຕ່າງເປັນຕົ້ນຈະມີຂະບວນແຫ່ຫຼາຍໆກ້ອນ ແລະ ແຕ່ລະຂະບວນຈະຍາວກວ່າເກົ່າ ພ້ອມ
ນີ້ກໍຈະມີຂະບວນແຫ່ເຂີຍແບບປະເພນີຊາວເມືອງຫລວງພະບາງ ການແຫ່ປ້າຍມໍລະດົກໂລກ ປ້າຍຫລຽນຄຳ.
ການຈັດບຸນປີໃຫມ່ລາວ ແມ່ນເພື່ອເປັນການສືບສານປະເພນີອັນດີງາມຂອງຊາລາວ ແລະ ທັງເປັນການອະ ນຸລັກຮັກສາວັດທະນະທຳ ແລະ ປູກຝັງຈິດສຳນຶກໃຫ້ແກ່ອະນຸຊົນລຸ້ນຫຼັງ ກໍຄືເປັນການສົ່ງເສີມການທ່ອງທ່ຽວຂອງລາວນຳອີກ.
ສະນັ້ນ ໃນນາມພະແນກທ່ອງທ່ຽວແຂວງຫລວງພະບາງ ຂໍຮຽກຮ້ອງມາຍັງບັນດາທ່ານນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ ຂໍເຊີນເຂົ້າມາທ່ອງທ່ຽວເມືອງຫລວງພະບາງ ເມືອງມໍລະດົກໂລກ ແລະ ທ່ານຈະປະທັບໃຈກັບ ຄວາມສວຍສົດງົດງາມດ້ານວັດທະນະທຳ ວິຖີຊິວິດຂອງຊາວເມືອງ ມີແຫລ່ງທ່ອງທ່ຽວທຳມະຊາດ ປະຫວັດສາດຢູ່ຫຼາຍ ແຫ່ງທີ່ພວມຕ້ອນຮັບທຸກທ່ານທີ່ເຂົ້າມາໃນງານ.
ນ.ສ.ພ ວຽງຈັນໃຫມ່ ອອນໄລນ໌ ໑໐-໔-໒໐໐໘
http://www.vientianemai.net/news.php?TopicID=1&NewsID=2222