วันพุธที่ 16 กรกฎาคม พ.ศ. 2551

ບົດທີ ໑ ນິຍາມ-ຄວາມໝາຍຂອງວິຊາມັຄຄຸເທດ

ບົດທີ ໑
ນິຍາມ-ຄວາມໝາຍຂອງວິຊາມັຄຄຸເທດ

໑. ນິຍາມ
ຄຳວ່າ “ວິຊາມັກຄຸເທດ” ເປັນຊື່ລາຍວິຊາຂອງການສຶກສາໃນວິທະຍາໄລສົງ ແລະເປັນພາສາລາວ ທີ່ກຳນົດກັນໃຊ້ທົ່ວໄປນັ້ນມີຄຳວ່າ ວິຊາການທ່ອງທ່ຽວ ແລະຈັກຕ້ອງໄດ້ອະທິບາຍເນື້ອໃນຕາມພາສາທີ່ໃຊ້ກັນ ໂດຍທົ່ວໄປ.
ຄຳວ່າ “ມັກຄຸເທດ” ເປັນເປັນພາສາທີ່ປະຍຸກມາຈາກພາສາປາລີ ເຊິ່ງເປັນເຄົ້າຂອງພາສາລາວ ເພື່ອໃຫ້ສອດຄ່ອງໃຊ້ແທນຄຳໃນພາສາອັງກິດວ່າ GUIDE ເຊິ່ງມີທີ່ມາຈາກສອງຄຳ “ມັຄຄະ” ກັບ “ເທສກ” ຜະສົມກັນໄດ້ແລ້ວທຳຕາມລະບຽບອັກສອນວິທີລາວ “ມັຄຄຸເທສກ໌” ເຊິ່ງແປຕາມຄວາມໝາຍແຫ່ງພາສາວ່າ “ການນຳທາງ, ຜູ້ນຳທາງ, ຜູ້ບອກທາງ” ເມື່ອແປຕາມສຳນວນໄດ້ຄຳວ່າ “ຜູ້ນຳທ່ຽວ”.
ຫາກເປັນພາສາລາວແທ້ ອາດກົງກັບຄຳວ່າ “ຜູ້ນຳທ່ຽວ” ເຊິ່ງເຮົາຂະຫຍາຍຄວາມ ຫຼືຕີຄວາມ ໝາຍຈາກຄຳວ່າ “ມັຄຄຸເທສກ໌” ໄດ້ຄວາມໝາຍກົງຕາມກັບຄວາມເຂົ້າໃຈຂອງຄົນທົ່ວໄປຄື “ການທ່ອງທ່ຽວ” ແຕ່ໄປກົງກັບຄຳໃນພາສາອັງກິດອີກຄຳໜຶ່ງ ຄື “TRAVELLING”.
ເຊິ່ງພາສາອັງກິດກຳນົດໃຊ້ໃນວິຊານີ້ວ່າ “GUIDE” ເຊັ່ນ One who serves as a guide, One who acts as a guide to somebody. ແປເປັນສຳນວນໄດ້ຄວາມວ່າ "ຜູ້ນຳທາງຄືຜູ້ນຳທ່ຽວ".
ຢ່າງໃດກໍຕາມ ໃນການກຳນົດໃຊ້ໃນຄວາມໝາຍຂອງຄຳວ່າການທ່ອງທ່ຽວນັ້ນ ມັກຈະປາກົດຄຳວ່າ ໄກດ໌(Guide ບໍ່ຄວນອອກສຽງ “ໄກ້”) ກັບ “Travell” ສອງຄຳນີ້ສະເໝີ, ແຕ່ເມື່ອມາພິຈາລະນາຕາມ ການໃຊ້ແລ້ວຈະພົບວ່າ “Guide” ມັກຈະໃຊ້ກັບພະນັກງານນຳທ່ຽວ ຫຼືຄົນພາທ່ຽວ, ສ່ວນຄຳວ່າ “Travell” ນັ້ນມັກຈະພົບວ່າໃຊ້ກັບອົງກອນການທ່ອງທ່ຽວ ຫຼືໜ່ວຍງານການທ່ອງທ່ຽວ ຢ່າງໃດກໍຕາມໃນ ພາສາລາວນັ້ນຄຳວ່າ “ມັຄຄຸເທສກ໌” ມີການໃຊ້ກັນນ້ອຍຫຼາຍ, ແຕ່ຄຳວ່າ “ພະນັກງານນຳທ່ຽວ” ນັ້ນມັກຈະນິຍົມກັນໃຊ້ຢ່າງແຜ່ຫຼາຍ ແຕ່ກໍປາກົດໃຊ້ຄຳທັບຊັບໃນພາສາອັງກິດເລີຍກໍມີວ່າ “Guide” ແຕ່ມັກຈະອອກສຽງວ່າ “ໄກ້” ແທນສຽງ “ໄກດ໌”.

໒. ຄວາມໝາຍຂອງການທ່ອງທ່ຽວ(Meaning of Travelling)
ການທ່ອງທ່ຽວ ແມ່ນການເດີນທາງຈາກທີ່ພຳນັກ(ທີ່ຢູ່ອາໄສ)ເດີມ(ຖາວອນ) ໄປອີກສະຖານທີ່ໜຶ່ງ ດ້ວຍເຫດຜົນຕ່າງໆ ເຊັ່ນ: ເພື່ອການພັກຜ່ອນ, ການທັດສະນະສຶກສາ, ການທຸລະກິດ, ວິງານພິທີກຳທາງສາສະໜາ, ວຽກງານດ້ານວັດທະນະທຳ, ທຳມະຊາດ, ສະຖາປັດຕະຍະກຳ, ຫຼືການສຶກສາຄົ້ນຄວ້າໃນເລື່ອງຕ່າງໆ ລວມທັງການກິລາ ແລະອື່ນໆດ້ວຍ, ໃນຄວາມໝາຍນີ້ແມ່ນລວມກັບອົງກອນ ຫຼືບໍລິສັດນິຕິບຸກຄົນອື່ນໆ ດ້ວຍ.
ຕົວຢ່າງ : ຊາວອິສລາມ ມັກໄປສະແຫວງບຸນ ໃນເດືອນດໍມະດອລ ໃນນະຄນເມກະຂອງຊາອຸອາຣະເບັຍ, ຊາວພຸດທົ່ວໂລກ ມັກໄປນະມັດສະການສັງເວຊະນິຍະສະຖານ ໃນອິນເດັຍ, ຫຼືຊາວລາວ ແລະຕ່າງປະເທດມັກມາທ່ຽວບຸນນະມັດສະການພຣະທາດຫຼວງໃນເດືອນ ໑໒ລາວ ຫຼືຊາວລາວ ແລະຕ່າງປະເທດໄປບຸນວັດພູ ນີ້ແມ່ນການທ່ອງທ່ຽວທາງສາສນາ, ຊາວຕ່າງປະເທດມັກໄປທ່ອງທ່ຽວພັກຜ່ອນທີ່ວັງວຽງ ແມ່ນການທ່ອງທ່ຽວເພື່ອການພັກຜ່ອນ ຕາມທັມມະຊາດ, ຊາວຕ່າງປະເທດມັກທ່ຽວວັດອົງຕື້ມະຫາວິຫານ, ວັດສີສະເກດ, ພຣະແກ້ວ ຫຼືນະຄອນຫຼວງພຣະບາງ ເພື່ອເບິ່ງສະຖາປັດຕະຍະກັມ, ຊາວມັກໄປປະຊຸມ ຫຼືສຳມະນາໃນຕ່າງປະເທດ ແມ່ນເພື່ອການສຶກສາ ຫຼືຊາວໂລກ ໄປປະເທດອັງກິດ ເພື່ອແຂ່ງຂັນ ແລະຊົມກິລາບານຢູ່ໂຣບ, ເຫຼົ່ານີ້ເປັນຕົ້ນ.

໓. ຄວາມໝາຍຂອງນັກທ່ອງທ່ຽວ ((Meaning of Tourist)
ນັກທ່ອງທ່ຽວ ແມ່ນກຳນົດເອົາບຸກຄົນ ທີ່ມີວັດຖຸປະສົງເດີນທາງຈາກທີ່ພຳນັກ(ທີ່ອາໄສ)ເດິມ(ຖາ ວອນ)ຂອງຕົນໄປອີກສະຖານທີ່ໜຶ່ງ ດ້ວຍເຫດວັດຖຸປະສົງ ແລະເຫດຜົນຕ່າງໆ ຕາມທີ່ໄດ້ກຳນົດໄວ້ແລ້ວ ເຊິ່ງການເດີນທາງຂອງບຸກຄົນເຫຼົ່ານີ້ ອາດຈະພັກແຮມຄືນນັບແຕ່ ໑ ຄືນຂຶ້ນໄປ ຫຼືບໍ່ພັກແຮມຄືນກໍໄດ້, ແຕ່ ການເດີນທາງຂອງບຸກຄົນເຫຼົ່ານີ້ບໍ່ມີວັດຖຸປະສົງຈະພຳນັກຖາວອນ ຫຼືປະກອບອາຊີບ ຫຼືຊອກຫາລາຍໄດ້ໃນຮູບ ແບບໃດໆ ໃນສະຖານທີ່ແຫ່ງໃໝ່ທີ່ພວກເຂົາໄປນັ້ນ, ເວັ້ນເສັຍແຕ່ບັນດາບຸກຄົນທີ່ກົດໝາຍຂອງຕ່ລະປະເທດ ຫຼືກົດໝາຍສາກົນກຳນົດໄວ້ ເຊັ່ນ:
ນັກການທູດທີ່ຖືກໃຫ້ໄປປະຈະການຢູ່ປະເທດນັ້ນໆ, ຜູ້ຕ່າງໜ້າສະຖານກົງສູນ, ຊາວຕ່າງດ້າວທີ່ຂໍອະ ນຸຍາດເຂົ້າພຳນັກໃນປະເທດເຈົ້າພາບອາໄສຢູ່ຊົ່ວຄານ, ຊາວອົບພະຍົບ, ຜູ້ລີ້ໄພທາງການເມືອງ, ທະຫານ ກອງປະຈຳການທີ່ມີສັນຍາພົວພັນພິເສດແບບພະກຸພາຄີ ແລະທະວິພາຄີ, ກຳມະກອນ ຫຼືແຮງງານຕ່າງດ້າວ ທີ່ ລັດຖະບານຂອງແຕ່ລະປະ ເທດມີການພົວພັນກັນ, ຜູ້ໂດຍສານຜ່ານ ແລະພໍ່ຄ້າຊາວຂາຍ ດັ່ງນີ້ເປັນຕົ້ນ.

໔. ຄວາມໝາຍຂອງການທ່ອງທ່ຽວທາງດ້ານທຸລະກິດ(Meaning of Travelling in Economics).
ຄຳວ່າ “ທຸລະກິດ” ແມ່ນໝາຍເຖິງ ແມ່ນການດຳເນີນກິດຈະກຳດ້ານການຜະລິດ, ການຈຳໜ່າຍ ແລະການບໍລິ ການທົ່ວໄປ ແລະຫວັງຜົນກຳໄລບໍ່ທາງກົງກໍຄືທາງອ້ອມ.
ຄຳວ່າ “ທຸລະກິດການທ່ອງທ່ຽວ” ແມ່ນໝາຍເຖິງການດຳເນີນກິດຈະກຳການທ່ອງທ່ຽວໃນລັກຊະນະ ທຸລະກິດລັກລັກສະນະຫຼາຍຮູບແບບ ໄດ້ແກ່ການບໍ່ລິການດ້ານການເດີນທາງ, ດ້ານການອາຫານ, ດ້ານທີ່ພັກ ແຮມຄືນ, ການບໍລິການດ້ານຂໍມູນຂ່າວສານດ້ານສະຖານທີ່ ທີີພົວກັບການທ່ອງທ່ຽວທີ່ກຳນົດໄວ້ທັງໝົດເປັນ ການດຳເນີນທຸລະກັມເພື່ອຫວັງຜົນກຳໄລ.

2 ความคิดเห็น:

ไม่ระบุชื่อ กล่าวว่า...

ດີຫຼາຍເດີ ອາຈານ. ຫາກມີເວລາ ຂໍໃຫ້ອາຈານເຮັດບລັອກກ່ຽວກັບພາສາສາດອີກນຳແດ່ ເພາະຂ້ານ້ອຍຮຽນພາສາສາດ.
Kham

ລູກຊາວດອນ กล่าวว่า...

ຂອບໃຈຫຼາຍທີ່ມ​ໃຫ້ທັດສະນະມາ ແລະພະຍາຍາມ